Product Category
PRIVACY POLICY :
ໂຮເຣສ໌ກ້າ ໃຫ້ຄຸນຄ່າກັບຄວາມເປັນສ່ວນໂຕກັບທ່ານ ນະໂຍບາຍໃນຄວາມເປັນສ່ວນໂຕສະບັບນີ້ຈະບອກຄວາມເປັນສ່ວນໂຕຂອງທ່ານ ແລະ ການດຳເນີນການຂອງເຮົາກ່ຽວກັບຂໍ້ມູນທີ່ທ່ານໃຫ້ກັບເຮົາ.
ການໃຊ້ບໍລິການຂອງເຮົາອາດກ່ຽວຂ້ອງກັບການເກັບລວບລວມ ແລະ ໃຊ້ຂໍ້ມູນຂອງທ່ານ ໃນເວັບໄຊທ໌ ແລະ ແອັບພີເຄຊັນຂອງເຮົາ ທັງນີ້ເຮົາເຫັນວ່າການດຳເນີນງານ ແລະ ການອ່ານຂໍ້ມູນ ມີຄວາມຈຳເປັນ ແລະ ທ່ານຕ້ອງອ່ານ.
ນະໂຍບາຍຄວາມເປັນສ່ວນໂຕນີ້ອາດຈະມີການປ່ຽນແປງໄດ້ບາງຄັ້ງຄາວຫາກມີການປ່ຽນແປງ ຫຼື ເພີ່ມເຕີມວິທີການໃຊ້ປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານຕາມທີ່ລະບຸໄວ້ນີ້ຈະສົ່ງຜົນກະທົບຕໍ່ທ່ານ ທ່ານຈະໄດ້ຮັບການຕິດຕໍ່ຜ່ານຊ່ອງທາງທີ່ເໝາະສົມ ຍົກຕົວຢ່າງເຊັ່ນ: ເຮົາອາດຈະແຈ້ງເຕືອນໃຫ້ທ່ານຮັບຮູ້ຢ່າງຊັດເຈນໃນໜ້າເວັບໄຊທ໌ ຫຼື ສົ່ງຂໍ້ຄວາມແຈ້ງໃຫ້ຮັບຮູ້ເຖິ່ງການປ່ຽນແປງດັ່ງກ່າວ.
1. ຂໍ້ມູນທີ່ເຮົາເກັບ :
ໃນການບໍລິການຂອງເຮົາໄດ້ເກັບຂໍ້ມູນຮັກສາ ແລະ ໃຊ້ຂໍ້ມູນຂອງທ່ານດັ່ງຕໍ່ໄປນີ້ :
‘‘ຂໍ້ມູນ’’ ໄດ້ແກ່ ຂໍ້ມູນສ່ວນບຸກຄົນ ແລະ ບໍ່ແມ່ນບຸກຄົນ.
‘‘ຂໍ້ມູນສ່ວນບຸກຄົນ’’ ແມ່ນຂໍ້ມູນ ຂໍ້ມູນທີ່ທີ່ໄດ້ໃຫ້ໃນເວລາລົງທະບຽນ ທີ່ໃຊ້ລະບຸຕົວຕົນຂອງທ່ານໄດ້ ອາດຈະລວມເຖິ່ງຂໍ້ມູນດັ່ງຕໍ່ໄປນີ້ :
- - ຊື່, ນາມສະກຸນ, ເບີໂທລະສັບ, ອີເມວແອັດແດຣສ ,ທີ່ຢູ່ປະຈຸບັນ ແລະ ຂໍ້ມູນບັດເຄດິສ.
- - ຂໍ້ມູນທີ່ໃຊ້ບໍລິການຂອງພວກເຮົາ ລວມໄປເຖິ່ງຂໍ້ມູນທີ່ຢູ່ແບ່ງປັນຮ່ວມກັນທີ່ທ່ານໃຫ້ຈັດສົ່ງສິນຄ້າໃຫ້ທ່ານ ແລະ ບຸກຄົນອື່ນໆຜ່ານທາງບໍລິການຂອງພວກເຮົາ.
- - ຕຳແໜ່ງພື້ນທີ່ຂອງອຸປະກອນຂອງທ່ານເມື່ອທ່ານໃຊ້ບໍລິການຂອງພວກເຮົາເຊັ່ນ: ຂໍ້ມູນຈາກ GPS WIFI ເຂັມທິດ ແລະ ອື່ນໆ ທີ່ກ່ຽວຂ້ອງກັບການເຂື່ອນໄຫວຂອງອຸປະກອນຂອງທ່ານ.
- - ຂໍ້ມູນອື່ນໆ ທີ່ທ່ານໃຊ້ໃນການຈັດສົ່ງສິນຄ້າເປັນຕົ້ນຮູບພາບທີ່ທ່ານສົ່ງມາໃຫ້ທາງພວກເຮົາ.
- - ຂໍ້ມູນທາງເຕັກນິກ.
- - ຂໍ້ມູນກ່ຽວກັບການສືບຄົ້ນ ແລະ ການຮັບຊົມໃນເວລາທີ່ທ່ານໃຊ້ບໍລິການຂອງພວກເຮົາ.
‘‘ ຂໍ້ມູນທີ່ບໍ່ແມ່ນບຸກຄົນ ’’ ແມ່ນຂໍ້ມູນທີ່ກ່ຽວຂ້ອງກັບທ່ານແຕ່ບໍ່ສາມາດນຳໃຊ້ລະບຸຕົວຕົນຂອງທ່ານໄດ້ບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມ ລວມໄປເຖິ່ງຂໍ້ມູນທ່ານທີ່ບໍ່ເປີດເຜີຍຊື່ ຫຼື ເປັນພຽງນາມປະກາ.
‘‘ ຂໍ້ມູນທີ່ແບ່ງປັນຮ່ວມກັນ ’’ ໄດ້ແກ່ຂໍ້ມູນທີ່ກ່ຽວຂ້ອງກັບທ່ານ ລວມທັງການໂພສຂໍ້ມູນທີ່ທ່ານໄດ້ໃຊ້ກ່ຽວກັບບໍລິການຂອງພວກເຮົາ ( ລວມທັງໂປຣຟາຍສາທາລະນະຂອງທ່ານ ແລະ ລາຍການທີ່ທ່ານສ້າງຂຶ້ນ) ຂໍ້ມູນການໂພສຂອງບຸກຄົນອື່ນເຊິ່ງທ່ານໄດ້ໄປໂພສຊ້ຳ ລວມທັງຕ່ຳແໜ່ງພື້ນທີ່ ທີ່ກ່ຽວຂ້ອງກັບກັບໂພສດັ່ງກ່າວ.
2. ເຮົາໃຊ້ຂໍ້ມູນຂອງທ່ານເພື່ອຈຸດປະສົງແບບໃດ? :
ເຮົາຈະໃຊ້ຂໍ້ມູນຂອງທ່ານດັ່ງຕໍ່ໄປນີ້:
- - ເພື່ອໃຫ້ບໍລິການຂອງພວກເຮົາໃຫ້ແກ່ທ່ານ.
- - ເພື່ອວັດຖຸປະສົງໃນການໃຫ້ບໍລິການແກ່ລູກຄ້າ ຄວາມປອດໄພ ການກວດສອບການສຸດຈະລິດ ຄັ້ງຂໍ້ມູນ ແລະ ການສຳລອງຂໍ້ມູນທີ່ກ່ຽວກັບການໃຫ້ບໍລິການຂອງພວກເຮົາ.
- - ເພື່ອການໂຄສະນາແກ່ທ່ານ.
- - ເພື່ອໃຊ້ໃນການທຳຄວາມເຂົ້າໃຈໃຫ້ດີວ່າທ່ານເຂົ້າເຖິ່ງ ແລະ ໃຊ້ບໍລິການຂອງເຮົາແບບໃດ ແລະ ຈຸດປະສົງໃນການປັງປຸງບໍລິການຂອງເຮົາ ລວມເຖິ່ງການດຳເນີນການຕາມຄວາມປະສົງ ແລະ ຄວາມມັກຂອງລູກຄ້າ ອີກທັງການປັບແຕ່ງພາສາ ແລະ ຕຳແໜ່ງພື້ນທີ່ ການໃຫ້ຄວາມຊ່ວຍເຫຼືອ ແລະ ການຊີ້ແຈງທີ່ເຮັດໃຫ້ເປັນລັກສະນະບຸກຄົນ ແລະ ການດຳເນີນງານອື່ນໆທີ່ກ່ຽວຂ້ອງກັບການໃຊ້ບໍລິການຂອງທ່ານ ແລະ ລູກຄ້າລາຍອື່ນໆ.
- - ເພື່ອຊ່ວຍເຮົາພັດທະນາບໍລິການໃຫມ່ໆ ແລະ ປັບປຸງການບໍລິການ.
- - ເພື່ອການປັບປຸງໂຄສະນາ ແລະ ການເຮັດກິດຈະກຳທາງການຕະຫຼາດ ກິດຈະກຳທາງດ້ານການສົ່ງເສີມການຂາຍ ທີ່ມີຢູ່ໃນ ຫຼື ກ່ຽວຂ້ອງກັບການບໍລິການຂອງເຮົາ.
- - ເພື່ອຈຸດປະສົງໃນການກວດສອບຊອຟແວຣ໌ ຫຼື ບໍລິຫານການປັບປຸງຂອງຊອຟແວຣ໌.
- - ເພື່ອໃຫ້ທ່ານສາມາດເຂົ້າຮ່ວມໃນການສຳຫຼວດ ແລະ ກິດຈະກຳອື່ນໆທີ່ກ່ຽວພັນກັບພະລິດຕະພັນ ແລະ ການບໍລິການຂອງເຮົາ.
3. ສິດຂອງທ່ານ :
ທ່ານມີສິດທີ່ຈະເຂົ້າເຖິ່ງຂໍ້ມູນສ່ວນໂຕຂອງທ່ານ ແລະ ສາມາດຮ້ອງຂໍທີ່ຈະແກ້ໄຂ, ລົບ ຫຼື ຈຳກັດການໃຊ້ຂໍ້ມູນຂອງທ່ານ ທ່ານມີສິດທີ່ຈະຄັດຄ້ານການໃຊ້ ຮ້ອງຂໍໃຫ້ຖ່າຍໂອນໄປ ຫຼື ຖອນຄຳຍິນຍອມໃນການໃຊ້ຂໍ້ມູນສ່ວນບຸກຄົນຂອງທ່ານ ທ່ານກະລຸນາສຶກສາຂໍ້ມູນເພີ່ມເຕີມສຳຫຼັບການໃຊ້ສິດຂອງທ່ານດ້ານລຸ່ມນີ້:
- - ສິດໃນການເຂົ້າເຖິງຂໍ້ມູນ ທ່ານສາມາດຂຽນຄຳຮ້ອງເພື່ອຂໍສຳເນົາຂໍ້ມູນສ່ວນບຸກຄົນທີ່ຖືກຈັດເກັບໄວ້ໄດ້.
- - ສິດໃນການແກ້ໄຂ.
- - ສິດໃນການລົບຂໍ້ມູນ ຄືສິດທີ່ຈະລົບຂໍ້ມູນຂອງທ່ານອອກຈາກການບໍລິການ.
- - ສິດໃນການຍົກເລີກປະຊາສຳພັນທາງດ້ານການຕະຫຼາດຄື ທ່ານສາມາດຕິດຕໍ່ປະຊາສຳພັນກັບການຕະຫຼາດໄດ້ດ້ວຍຕົນເອງທີ່ຈະຍົກເລີກການສົ່ງສື່ສານຂອງເຮົາທີ່ສົ່ງເຖິ່ງທ່ານ.
ສິດດັ່ງກ່າວຂ້າງເທິງນັ້ນ ບໍ່ແມ່ນສິດເດັດຂາດ ແລະ ບໍ່ສາມາດປັບໄດ້ທຸກກໍລະນີ ໃນການຕອບສະໜອງຂອງຄຳຮ້ອງຂໍຂອງທ່ານຍືນຍັນຕົວຕົນຫາກຈຳເປັນ ແລະ ຈັດຫາຂໍ້ມູນເທົ່າທີ່ຈຳເປັນເພື່ອໃຫ້ເຂົ້າໃຈໃນຄຳຮ້ອງຂໍຂອງທ່ານ ຖ້າຫາກຄຳຮ້ອງຂໍຂອງທ່ານ ທາງເຮົາບໍ່ສາມາດປະຕິບັດໄດ້ທັງໝົດ ຫຼື ບາງສ່ວນເຮົາຈະແຈ້ງໃຫ້ທ່ານຮູ້ເຖິ່ງເຫດຜົນດັ່ງກ່າວ.
4. ການໂຄສະນາ ແລະ ການຕະຫຼາດ :
ເຮົາອາດໃຊ້ຂໍ້ມູນທ່ານເພື່ອຈັດສົ່ງໂຄສະນາທີ່ກ່ຽວຂ້ອງກັບທ່ານຜ່ານຊ່ອງທາງຕ່າງໆເຊັ່ນ: ອີເມວ, ໂທລະສັບ, ຂໍ້ຄວາມ, ຊື່ອອນລາຍ.
ການໂຄສະນາເຮັດໃຫ້ເຮົາສາມາດນຳມາເຊິ່ງເນື້ອໃນທີ່ດີສຳຫຼັບແຕ່ລະບໍລິການຂອງພວກເຮົາ ໂດຍເປັນທີ່ຮູ້ວ່າເນື້ອຫາເລົ່ານັ້ນແມ່ນບໍ່ມີຄ່າໃຊ້ຈ່າຍສຳຫຼັບຜູ້ໃຊ້ບໍລິການ. ດັ່ງນັ້ນ, ເຮົາພະຍາຍາມຢ່າງສູງທີ່ຈະນຳສະເໜີໂຄສະນາທີ່ຢູ່ໃນຄວາມສົນໃຈຂອງທ່ານ ແລະ ຜະລິດຕະພັນທີ່ທ່ານຕ້ອງການ.
5. ຂໍ້ຈຳກັດໃນເລື່ອງອາຍຸ :
ເຮົາບໍ່ໄດ້ຕັ້ງກຸ່ມລູກຄ້າເປົ້າໝາຍທີ່ຈະໃຫ້ບໍລິການແກ່ລູກຄ້າທີ່ມີອາຍຸຕໍ່າກວ່າ 13 ປີ ເນື່ອງຈາກບໍລິການຂອງເຮົາມີຄວາມຈຳເປັນຕ້ອງໃຊ້ວິຈາລະຍານໃນການຮັບຊົມ ຈຶ່ງມຸງເນັ້ນໃຫ້ແກ່ທີ່ບັນລຸນິຕິພາວະແລ້ວຕາມກົດໝາຍ. ການບໍລິການຂອງພວກເຮົາບຸກຄົນສາມາດເຂົ້າເຖິ່ງໄດ້ໂດຍທົ່ວໄປ ດັ່ງນັ້ນ, ຫາກປະກົດວ່າເຮົາໄດ້ເກັບລວບລວມຂໍ້ມູນຜູ້ທີ່ມີອາຍຸຕໍ່າກວ່າ 13 ປີ ແລະ ບຸກຄົນທີ່ຍັງບໍ່ທັນບັນລຸນິຕິພາວະກະລຸນາຕິດຕໍ່ພະນັກງານຂອງພວກເຮົາໄດ້ ແລະ ເຮົາຈະກວດສອບຂໍ້ມູນສ່ວນບຸກຄົນດັ່ງກ່າວທັນທີ (ລວມເຖິ່ງລົບຂໍ້ມູນດັ່ງກ່າວໃນກໍລະນີທີ່ກວດພົບ).
6. ການຮັກສາຄວາມປອດໄພ :
ເຮົາມີໂຄງສ້າງລະບົບອີເລັກໂຕນິກ ແລະ ຂະບວນການຈັດການທີ່ອອກແບບມາເພື່ອປ້ອງກັນການເຂົ້າເຖິ່ງຂໍ້ມູນໂດຍບໍ່ໄດ້ຮັບການອະນຸຍາດເພື່ອຮັກສາຄວາມປອດໄພຂອງຂໍ້ມູນ ແລະ ເພື່ອໃຂ້ຂໍ້ມູນທີ່ພວກເຮົາເກັບມາໄດ້ຢ່າງຖືກຕ້ອງ ການຮັກສາຄວາມປອດໄພເລົ່ນີ້ມີຫຼາຍຮູບແບບຂຶ້ນຢູ່ກັບຄວາມສຳຄັນຂອງຂໍ້ມູນທີ່ເຮົາເກັບມາ ຫຼື ຈັດເກັບໄວ້.
ໃນບາງກໍລະນີເຮົາອາດໃຊ້ເຕັກໂນໂລຊີໃນການເຂົ້າລະຫັດເພື່ອຄຸ້ມຄອງຂໍ້ມູນທີ່ສຳຄັນບາງຢ່າງ ເຊິ່ງທ່ານຈັດສົ່ງໃຫ້ແກ່ເຮົາ ດັ່ງນັ້ນ, ຂໍໃຫ້ທ່ານຮັບຮູ້ໄວ້ວ່າ ເຖິ່ງເຮົາຈະໃຊ້ຄວາມພະຍາຍາມໃນການດຳເນີນງານພຽງໃດ ແຕ່ຍັງບໍ່ມີມາດຕະການໃນການຮັບປະກັນການຮັກສາຄວາມປອດໄພຂອງຂໍ້ມູນໄດ້ 100% ຕະຫຼອດເວລາ ທີ່ຢູ່ນອກເໜືອການຄວບຄຸມຕາມສົມຄວນຂອງພວກເຮົາ.
7. ການເກັບຮັກສາຂໍ້ມູນ :
ເຮົາຈະເກັບຮັກສາຂໍ້ມູນຂອງທ່ານເປັນໄປຕາມໄລຍະເວລາການເກັບຮັກສາ ແລະ ຄວາມຈຳເປັນໃນການໃຊ້ຂໍ້ມູນ ເຮົາຈະຄຳນວນໄລຍະເວລາການຈັດເກັບຮັກສາຂໍ້ມູນສ່ວນໂຕເປັນໄປຕາມກົດດັ່ງຕໍ່ໄປນີ້:
- - ໄລຍະເວລາທີ່ຈຳເປັນສຳຫຼັບການປະຕິບັດຕາມວັດຖຸປະສົງໃນການຈັດເກັບ.
- - ເມື່ອທ່ານຢຸດໃຊ້ບໍລິການຂອງພວກເຮົາ.
- - ໄລຍະເວລາຕາມສົມຄວນໃນການຈັດເກັບທີ່ສະແດງໃຫ້ເຫັນວ່າເຮົາໄດ້ເຮັດຕາມໜ້າທີ່ ແລະ ຂໍ້ຕົກລົງຕ່າງໆ.
- - ພາຍໃນເວລາທີ່ຈຳກັດ ຫຼື ຄວາມຈຳເປັນທີ່ຕ້ອງມີຢູ່ເພື່ອການບໍລິການແກ່ທ່ານ.